ສະບາຍດີທຸກຄົນ, ຂ້າພະເຈົ້າຊື່ວ່າ ທີເຊີເຄດ, ເຊີເຄດຮັກ ແລະ ມັກເດັກນ້ອຍຫຼາຍ ແລະ ມັກສອນສາພາສາອັງກິດສຳລັບເດັກທີ່ເວົ້າພາສາອັງກິດເປັນພາສາທີສອງ. ເຊີເຄດໄດ້ຈົບຫຼັກສູດ ESL ທັງເປັນຄູສອນພາສາອັງກິດຢູ່ໂຮງຮຽນພິນກຸນັບຕັ້ງແຕ່ມື້ເລີ່ມເປີດໂຮງຮຽນເປັນຕົ້ນມາ ກັບປະສົບການການສອນພາສາອັງກິດຢູ່ລາວໄດ້ 5 ປີແລ້ວ, ເປົ້າຫຼາຍຫຼັກຂອງເຊິເຄດແມ່ນການເຮັດໃຫ້ເດັກມ່ວນຊື່ນໃນການຮຽນຮູ້, ເຊີເຄດຮັກນັກຮຽນທຸກຄົນຫຼາຍ ຈົນບາງທີກໍຮູ້ສຶກຄິດຮອດໃນເວລາທີ່ພວກເຂົາຮຽນຈົບຫຼັກສູດໄປ, ແຕ່ກໍຮູ້ສຶກຍິນດີສະເໝີໃນຜົນສໍາເລັດຂອງພວກເຂົາເພື່ອກຽມພ້ອມໄປສູ່ບາດກ້າວຕໍ່ໄປ.
ສະບາຍດີ ຂ້າພະເຈົ້າຊື່ວ່າ ຄູເມ, ຄູເມເປັນຜູ້ຈັດການ ແລະ ເປັນຄູສອນຢູ່ໂຮງຮຽນພິນກຸຂອງພວກເຮົາ, ຄູເມເຮັດໜ້າທີ່ເບິ່ງແຍງຄູ ແລະ ນັກຮຽນທຸກຄົນໃນໂຮງຮຽນຂອງພວກເຮົາ, ຄູເມມັກເຮັດວຽກຢູ່ໂຮງຮຽນກັບນັກຮຽນພິນກຸຫຼາຍ, ຄູເມຈະມີສະຕິກເກີ້ ແລະ ເຈ້ຍລະບາຍສີໃຫ້ນ້ອງໆໄດ້ທາລະບາຍກະຕູນທີ່ມັກຢູ່ສະເໝີ.
ສະບາຍດີ ຂ້າພະເຈົ້າຊື່ວ່າ ຄູເຄັດ, ຂ້ອຍມັກການສອນເປັນຜູ້ຊ່ວຍຄູຢູ່ໂຮງຮຽນພິນກຸ, ຄູແຄັດເປັນນັກສຶກສາປີສຸດທ້າຍໃນສາຍການສຶກສາການພົວພັນການຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ. ນ້ອງໆນັກຮຽນໜ້າຮັກຫລາຍ, ພວກເຂົາມີຄວາມຕື່ນເຕັ້ນໃນເວລາຮຽນຕະຫຼອດ, ຄູເຄັດພູມໃຈທີ່ເປັນຄູ ແລະ ດີໃຈທີ່ເຫັນນັກຮຽນມີພັດທະນາການດີຂຶ້ນເລື້ອຍໆ.
ສະບາຍດີທຸກຄົນ, ຂ້າພະເຈົ້າຊື່ ຄູຕຸ້ຍ, ຄູຕຸ້ຍເປັນຄູຊ່ວຍສອນຢູ່ໂຮງຮຽນສອນພາສາອັງກິດພິນກຸ, ຄູຕຸ້ຍເປັນນັກສຶກສາປີສຸດທ້າຍຢູ່ມະຫາວິທະຍາໄລແຫ່ງຊາດ, ຄູຕຸ້ຍມັກການເຮັດວຽກພົວພັນກັບເດັກນ້ອຍຫຼາຍ, ມັກການເປັນຄູ ສະໜັບສະຫນູນຊ່ວຍເຫຼືອການຮຽນຮູ້ຂອງນ້ອງໆໃນຫ້ອງຮຽນ.