ຫຼັກສູດຂອງພວກເຮົາ

Pingu's English logo

Level 1

Pingu's English logo

Level 2

Pingu's English logo

Level 3

Pingu's English logo

Level 4

ການສົນທະນາ

ທັກສະຫຼັກໆທີ່ພວກເຮົາເນັ້ນໃນການສອນພາສາອັງກິດຢູ່ໂຮງຮຽນພິນກຸແມ່ນການເວົ້າ ແລະ ການສົນທະນາ. ພວກເຮົາຮູ້ດີວ່ານັກຮຽນທີ່ມາຮຽນຢູ່ໂຮງຮຽນຂອງພວກເຮົາບໍ່ແມ່ນເວົ້າພາສາອັງກິດເປັນພາສາແມ່, ເຊິ່ງເປັນພາສາທີສອງ ຫຼືທີສາມນັ້ນເອງ, ພວກເຮົາເນັ້ນທັກສະໃນການສົນທະນາເພື່ອຊ່ວຍໃຫ້ເດັກມີຄວາມໝັ້ນໃຈໃນການເວົ້າພາສາອັງກິດຄືກັບພາສາທຳອິດຂອງພວກເຂົາ.

parents reviews of students at pingus english school
parents reviews of students at pingus english school

ການເລົ່າເລື່ອງ

ຊົ່ວໂມງທີ່ມີການເລົ່າເລື່ອງເປັນຕອນທີ່ພວກເຮົາມັກຫຼາຍໃນຊ່ວງເວລາຢູ່ຫ້ອງຮຽນ, ເຊິ່ງພວກເຮົາມີປຶ້ມກ່ຽວກັບເລື່ອງເລົ່າຂອງພິນກຸທີ່ສວຍງາມເປັນທີ່ດຶງດູດໃຫ້ເດັກມ່ວນຊື່ນໃນການອ່ານ. ພວກເຮົາເນັ້ນໃຫ້ເດັກໄດ້ຮຽນຮູ້ພາສາອັງກິດໃນຫຼາຍໆຮູບແບບລວມທັງການພັດທະນາທັກສະໃນການອ່ານນຳ.

ການຂຽນ

ພວກເຮົາພະຍາຍາມໃຊ້ເວລາທີ່ເປັນປະໂຫຍດທີ່ສຸດໃນຫ້ອງຮຽນ ແລະ ຮັບປະກັນໃຫ້ນ້ອງໆ ໄດ້ພັດທະນາທັກສະໃນການຂຽນນຳນັບມັງການຊ່ວຍນ້ອງໆ Level 1 ຈັບມືຈັບສໍຂຽນ ຈົນເຖິງການຂຽນທີ່ເຕັມປະໂຫຍກຍາກໆຂອງນ້ອງໆ Level 4, ເຊິ່ງທັກສະໃນການຂຽນກໍມີຄວາມຈຳເປັນສຳລັບນ້ອງໆ.ໃນຫຼາຍໆຮູບແບບລວມທັງການພັດທະນາທັກສະໃນການອ່ານນຳ.

parents reviews of students at pingus english school
parents reviews of students at pingus english school

ການໃຊ້ຄອມພິວເຕີ

ພວກເຮົາກໍໄດ້ພານັກຮຽນຂອງພວກເຮົານຳໃຊ້ຄອມພິວເຕີເພື່ອສ້າງພື້ນຖານ ແລະ ພັດທະນາທັກສະທາງດ້ານ IT ໂດຍສະເພາະໃນຍຸກປະຈຸບັນແມ່ນຍຸກອອນລາຍ, ທັກສະນີ້ແມ່ນມີຄວາມຈຳເປັນຫຼາຍສຳລັບອະນາຄົດຂອງເດັກ.

ການຮ້ອງເພງ

ພວກເຮົາມັກການຮ້ອງເພງ, ທຸກໆຊົ່ວໂມງກ່ອນຈົບຊົ່ວໂມງຮຽນ ພວກເຮົາຈະພານ້ອງໆຮ້ອງເພງຂອງພິນກຸທີ່ນ້ອງໆນັກຮຽນສາມາດເຕັ້ນໄປພ້ອມ, ເຊິ່ງມີທັງປຶ້ມເພງທີ່ນັກຮຽນສາມາດຮ້ອງຕາມກັບເນື້ອເພງ, ພວກເຮົາຮັບປະກັນວ່ານ້ອງນັກຮຽນຈະມ່ວນຊື່ນທີ່ສຸດກ່ອນຈະກັບບ້ານ. ພິນກຸຕ້ອງການໃຫ້ການຮຽນພາສາອັງກິດເປັນສິ່ງທີ່ມ່ວນ ແລະ ບໍ່ໜ້າເບື່ອສຳລັບນ້ອງນັກຮຽນ ເຊິ່ງຊ່ວງຊົ່ວໂມງການຮ້ອງເພງກໍເປັນກິດຈະກຳທີ່ຊ່ວຍກະຕຸ້ນການຮຽນຮູ້ຂອງນ້ອງນັກຮຽນໄດ້ເປັນຢ່າງດີ.

parents reviews of students at pingus english school
parents reviews of students at pingus english school

ການເຮັດກິດຈະກໍາ

ກິດຈະກຳໃນແຕ່ລະຫ້ອງຮຽນແມ່ນຈະແຕກຕ່າງກັນໄປໃນແຕ່ລະຫ້ອງຮຽນ, ນັກຮຽນສາມາດມ່ວນຊື່ນກັບກິດຈະກຳຫຼາຍຮູບແບບ, ເກມຕ່າງໆ, ການເຮັດກິດຈະກໍາຕ່າງໆຊ່ວຍໃຫ້ນັກຮຽນໄດ້ພັດທະນາທັກສະຕ່າງໆລວມທັງການອ່ານ, ການຂຽນ, ການເວົ້າ ແລະ ການແກ້ບັນຫາ.

ການຮຽນຮູ້ທາງສັງຄົມ

ການໂອບກອດເປັນສ່ວນໜຶ່ງໃນຫຼັກສູດຂອງພວກເຮົາ, ນັກຮຽນກໍໄດ້ພັດທະນາທັກສະທາງດ້ານສັງຄົມໄປພ້ອມໆກັນ, ນັກຮຽນຈະໄດ້ສົນທະນາແບບເປັນກັນເອງກັບຄູເຈົ້າຂອງພາສາໂດຍກົງ ແລະ ໝູ່ເພື່ອທີ່ມາຈາກຫຼາຍໂຮງຮຽນທີ່ແຕກຕ່າງກັນ, ເຊິ່ງກໍເປັນຊ່ວງເວລາທີ່ນ້ອງໆສາມາດສ້າງໝູ່ໃໝ່ ແລະ ເພີ່ມຄວາມໝັ້ນໃຈໃນການສື່ສານພາສາອັງກິດໄປພ້ອມກັນ.

parents reviews of students at pingus english school