ກ່ຽວກັບພິນກຸ

ລິງກົວໂຟນຖືກສ້າງຕັ້ງຂຶ້ນໃນປີ 1901 ໃນຊ່ວງເວລາດຽວກັບຫຼາຍໆໂຮງຮຽນສອນພາສາຕ່າງໆໃນໂລກເກີດຂຶ້ນ, ໃນຊ່ວງສະຕະວັດທີ່ຜ່ານມາ ຫຼາຍລ້ານຄົນໃນຫຼາຍກວ່າ 60 ປະເທດທົ່ວໂລກໄດ້ມີວຽກເຮັດງານທຳທີ່ດີຂຶ້ນກໍຍ້ອນການຮຽນຮູ້ ພັດທະນາທັກສະດ້ານພາສາກັບກຸ່ມລິງກົວໂຟນ, ລິງກົວໂຟນໄດ້ສ້າງເຄືອຂ່າຍ ແລະ ພາດເນີ້ຊ່ວຍສະໜອງຫຼັກສູດດ້ານພາສາໃຫ້ກັບທັງຜູ້ໃຫຍ່ ແລະ ເດັກນ້ອຍໃນທົ່ວໂລກ, ເຊິ່ງລວມທັງຫຼັກສູດ Direct English ຫຼັກພາສາອັງກິດສຳລັບຜູ້ໃຫຍ່ ແລະ Pingu’s English ຫຼັກສູດພາສາອັງກິດສຳລັບເດັກທີ່ຮວບການຮຽນການສອນແບບຂຽນ ແລະ ແບບອັດສຽງວີດີໂອສອນ, ກຸ່ມລິງກົວໂຟນກາຍເປັນຜູ້ນຳໃນອຸດສາຫະກຳທາງດ້ານພາສາສາກົນທີ່ລວມມີຫຼັກສູດລິງກົວໂຟນ (Linguaphone), ພາສາອັງກິດໄດຍເຣັກ (Direct English) ແລະ ພາສາອັງກິດພິນກຸ (Pingu’s English).

ຊ່ອງ Pingu™ ລາຍການໂທລະພາບກະຕູນທີ່ເປັນທີ່ຮັກມັກຂອງເດັກ ແລະ ພໍ່ແມ່ຜູ້ປົກຄອງ ທີ່ສາມາດເຂົ້າເຖິງໄດ້ໃນທົ່ວໂລກ, ພ້ອມກັບເນື້ອຫາທີ່ຖືກຕ້ອງເໝາະສົມ, ຫຼັກສູດພິນກຸໄດ້ຖືກພັດທະນາຂຶ້ນຕາມລິຂະສິດຂອງການສອນພາສາອັງກິດທີ່ຖືກຕ້ອງ ໃນປີ 2006 ໂດຍ HIT Entertainment Limited (ແບຣນອາເມລິກາກ່ຽວກັບຜະລິດຕະພັນກ່ຽວກັບເດັກ) ຄຽງຄູ່ກັບປະສົບການກວ່າໄລຍະ 1 ສະຕະວັດຂອງລິງກົວໂຟນ, ຫຼັກສູດພິນກຸໄດ້ລວມເອົາເຕັກນິກການຮຽນການສອນໂດຍອີງໃສ່ການຫຼິ້ນ, ກິດຈະກຳເສີມສ້າງແນວຄິດສ້າງສັນ ແລະ ຄູ່ມືການສອນທີ່ມີຄຸນະພາບສູງທີ່ຂຽນຮຽບຮຽງໂດຍຊ່ຽວຊານຈາກປະເທດອັງກິດ.

ຄໍາທັກທາຍຈາກຜູ້ອໍານວຍການ

ຜູ້ນໍາທີ່ໃຊ້ພາສາອັງກິດໄດ້ຢ່າງມີປະສິດທິພາບ ແລະ ສາມາດສື່ສານກັບຄົນທົ່ວໂລກໄດ້ເປັນຜູ້ນໍາທີ່ຊົງຄຸນຄ່າຢ່າງສະຫງ່າງາມ. ພາສາອັງກິດຖືກໃຊ້ຫຼາຍກ່ວາ 90 ປະເທດທົ່ວໂລກ ແລະ ມີຫຼາຍກ່ວາ 1,000 ລ້ານຄົນທີ່ໃຊ້ພາສາອັງກິດເປັນພາສາແມ່ ແລະ ພາສາທີສອງ. ການສຶກສາພິງກຸມີຈຸດປະສົງໃນການພັດທະນາເດັກນ້ອຍລາວໃຫ້ກາຍເປັນເດັກທີ່ສາມາດເວົ້າພາສາອັງກິດໄດ້ເກັ່ງ, ເວົ້າພາສາອັງກິດໄດ້ຢ່າງລ່ຽນໄຫຼດີ, ສາມາດນໍາໃຊ້ຄໍາສັບຫຼາກຫຼາຍຢ່າງອຸດົມສົມບູນ ແລະ ເວົ້າຢ່າງມີພະລັງສາມາດຈູງໃຈຜູ້ຄົນທີ່ເຂົ້າມາຟັງໄດ້ເພື່ອປູພື້ນຖານສ້າງເດັກນ້ອຍລາວໃຫ້ກາຍເປັນຜູ້ນໍາທີ່ດີໃນອະນາຄົດ. ເມື່ອເວົ້າເຖິງການພັດທະນາເດັກໃຫ້ກາຍເປັນຜູ້ໃຫຍ່ທີ່ມີຄຸນະພາບສູງໃນອະນາຄົດນັ້ນ, ພວກເຮົາຕ້ອງໄດ້ພັດທະນາ ແລະ ສ້າງເດັກຕັ້ງແຕ່ຕອນຍັງນ້ອຍໆໂດຍສະເພາະແມ່ນການຮຽນຮູ້ພາສາ ຍ້ອນວ່າສະໝອງຂອງເດັກນ້ອຍຈະຖືກພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຕັ້ງແຕ່ຕອນ 0 ປີ ຫາ 8 ປີ. ຍິ່ງນ້ອຍເທົ່າໃດຍິ່ງດີ, ຍິ່ງນ້ອຍເທົ່າໃດຍິ່ງຮຽນຮູ້ໄດ້ໄວ, ຍິ່ງນ້ອຍເທົ່າໃດຍິ່ງເຫັນປະສິດທິຜົນສູງ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າການສຶກສາແບບພິງກຸທີ່ຖືກອອກແບບໂດຍກຸ່ມລິງກົວໂຟນທີ່ມີປະສົບການສອນພາສາອັງກິດມາເປັນເວລາ 110 ປີ ຈະສ້າງແຮງບັນດານໃຈປຸກຄວາມກະຕືລືລົ້ນໃຫ້ເດັກນ້ອຍລາວມີຄວາມສະໜຸກສະໜານ, ເພີດເພີນ ແລະ ມ່ວນຊື່ນໃນການຮຽນຮູ້ພາສາອັງກິດໄດ້ຢ່າງເຂົ້າໃຈ ແລະ ມີປະສິດທິພາບສູງ.

Pingu's English of laos profile picture of ceo