Pingu's English Laos

ຫຼັກສູດພາສາອັງກິດພິນກຸແມ່ນຫຼັກສູດສາກົນຈາກປະເທດອັງກິດໂດຍກົງ, ເຊິ່ງສ້າງຂຶ້ນໂດຍກຸ່ມຂອງລິງກົວໂຟນ (Linguaphone) ເຊິ່ງມີເປົ້າໝາຍເພື່ອພັດທະນາພາສາອັງກິດໃຫ້ແກ່ເດັກຊ່ວງອາຍຸ 3-10 ປີ, ໂດຍສະເພາະການສ້າງພື້ນຖານອານາຄົດທີ່ດີໃຫ້ແກ່ພວກເຂົາ. ຫຼັກສູດ ແລະ ສື່ການຮຽນການສອນແມ່ນຮັບຮອງໂດຍມະຫາວິທະຍາໄລຄິງສະຕັນລອນດອນ (Kingston University London). ຫຼັກສູດພິນກຸຂອງພວກເຮົາຍັງເປັນບ່ອນທີ່ຊ່ວຍໃຫ້ເດັກກຽມຄວາມພ້ອມ ແລະ ສ້າງພື້ນຖານທີ່ຈຳເປັນກ່ອນການເຂົ້າຮຽນຢູ່ໂຮງຮຽນປະຈຳອີກດ້ວຍ.

ລົງທະບຽນຮຽນທົດລອງຟຣີ →

ຫ້ອງຮຽນ

ຍິນດີຕ້ອນຮັບສູ່ຫ້ອງຮຽນຂອງພວກເຮົາ, ນັກຮຽນຂອງພິນກຸຈະໄດ້ຮຽນຢູ່ຫ້ອງຮຽນທີ່ສວຍງາມ, ສະພາບແວດລ້ອມໂຮງຮຽນທີ່ຊ່ວຍສ້າງແຮງຈູງໃຈໃຫ້ເດັກຮຽນແບບມ່ວນຊື່ນ. ບໍ່ພຽງແຕ່ສະພາບແວດລ້ອມທີ່ສວຍງາມເທົ່ານັ້ນ ນ້ອງໆຍັງໄດ້ມ່ວນຊື່ນກັບໂຕກະຕູນເພນກຣິ້ນຊື່ວ່າ ພີນກຸ, ພິນກຸເປັນໂຕຂັບເຂື່ອນການຮຽນຮູ້ຂອງເດັກເປັນຢ່າງດີໃນທ່າມກາງການປະຈົນໄພໃນຂົ້ວໂລກໃຕ້ ແລະ ເດັກກໍຍັງໄດ້ພັດທະນາທັກສະທີ່ຈຳເປັນໃນການດຳລົງຊີວິດຂອງພວກເຂົາອີກດ້ວຍ.

ຄູສອນ

ຄູສອນຢູ່ໂຮງຮຽນຂອງພວກເຮົາແມ່ນມີປະສົບການ ແລະ ມີຄວາມຮັກໃນການສອນເດັກນ້ອຍ ເຊິ່ງບໍ່ພຽງແຕ່ມາສອນເທົ່ານັ້ນ ແຕ່ຄູຍັງຊ່ວຍສະໜັບສະໜູນເຮັດໃຫ້ເດັກມ່ວນຊື່ນຢູ່ຕະຫຼອດເວລາ ໂດຍການນຳເອົາເກມໃໝ່ໆ, ກິດຈະກໍາໃໝ່ໆມາສອນເດັກໃນຫ້ອງຮຽນເລື້ອຍໆ.

ນັກຮຽນ

ຖ້າບໍ່ມີນັກຮຽນຂອງພວກເຮົາ ກໍບໍ່ອາດມີຄູດັ່ງພວກເຮົາ, ແຕ່ລະມື້ພວກເຮົາຕ້ອງເຮັດວຽກໜັກເພື່ອພວກເຂົາ, ນັກຮຽນຄືຄວາມສຸກ ແລະ ຄວາມພາກພູມໃຈຂອງພວກເຮົາ, ເດັກຄືອະນາຄົດຂອງພວກເຮົາ, ດັ່ງນັ້ນ, ພວກເຮົາພ້ອມຈະໜັບສະໜູນ ແລະ ຊຸກຍູ້ພວກເຂົາໄປໃນທາງທີ່ດີທີ່ສຸດສະເໝີ.

ພໍ່ແມ່ນັກຮຽນ

ຮູ້ສຶກວ່າລູກມັກ ແລະ ຢາກໄປຮຽນທຸກອາທິດເລີຍ ເວົ້າຊື່ຄູທຸກຄົນຕະຫຼອດ, ແລກໆແມ່ກໍ່ບໍ່ໄດ້ຫວັງວ່າລູກຈະໄດ້ພາສາອັງກິດໄວປານນີ້ ແຕ່ຫຼັງຈາກທີ່ໄດ້ເບິ່ງຄິບທີ່ທາງ ພິງກຸເຮັດອອກມາ ປະກົດວ່າ ລູກຮູ້ຄໍາສັບຫຼາຍຄໍາແລ້ວ ແລະ ທຸກຄັ້ງທີ່ຮຽນໃນຫ້ອງ ລູກຈະມີຮອຍຍີ້ມຕະຫຼອດເວລາ ແລະ ສໍາລັບຜູ້ເປັນແມ່ໄດ້ເຫັນເທົ່ານີ້ກໍ່ດີໃຈທີ່ສຸດແລ້ວ. ຂອບໃຈ ໂຮງຮຽນ ພິງກູ ທີ່ເຮັດໃຫ້ເດັກມ່ວນ ແລະ ມັກໃນການຮຽນພາສາອັງກິດ

Words From Our Parents

⭐⭐⭐⭐⭐
As one of Pingu's educators, I am highly impressed with the lesson plans, materials and environment. The children love the lessons and I'm pleased to say we have seen major improvement in confidence and spoken English.

- Author

⭐⭐⭐⭐⭐
Pingu is a wonderful English school. My son really loves Pingu he always tell me that he wants to study at Pingu everyday, he is excited to see Pingu every Wednesday.

- Author

⭐⭐⭐⭐⭐
ເປັນບ່ອນຮຽນພາສາອັງກິດທີ່ມ່ວນເພາະມີກິດຈະກໍາທີ່ເດັກນ້ອຍມັກຫລາກຫລາຍຮູບແບບ ບໍ່ວ່າຈະເປັນການຫລິ້ນເກມ, ຟັງເພງ, ເຕັ້ນ...ແລະ ທີ່ສໍາຄັນແມ່ນໄດ້ຮຽນກັບຄູ Native ເຈົ້າຂອງພາສາເຊິ່ງຈະຊ່ວຍໃຫ້ເດັກໄດ້ຈື່ຈໍາສໍານຽງທີ່ຖືກຕ້ອງຕັ້ງແຕ່ຍັງນ້ອຍ ຫລານມາຮຽນກະຮູ້ສຶກວ່າເພິ່ນມ່ວນ ກ້າສະແດງອອກ ແລະ ມີເວົ້າພາສາອັງກິດໄດ້ດີຂຶ້ນຄວາມຮູ້ມາໂດຍຕະຫລອດ

- Author